ເວລາ 19:13 ນາທີ ຂອງວັນທີ 18 ກຸມພາ 2025 ໂຈນຊາຍໜຸ່ມກໍ່ເຫດລັກເຂົ້າເຮືອນປະຊາຊົນ ຢູ່ບ້ານໂພນແພງ ນະຄອນຫລວງພະບາງ ແຂວງຫລວງພະບາງ ຜູ້ເສຍຫາຍແຈ້ງວ່າຊັບສິນທີ່ໂຈນລັກໄປມີ: ກະເປົາເປ້ Louis ສິດຳ ມູນຄ່າ 100 ກວ່າລ້ານກີບ, ເງິນຢວນ 2,700 ຢວນ, ເງິນກີບ 4 ລ້ານກີບ, ບັດເອທີເອັມທະນາຄານ 6 ບັດ, ບັດປະຈຳຕົວ, ເຄື່ອງນຸ່ງ 3 ຜືນ, ກະເປົາເງິນນ້ອຍ porch 1 ອັນ ລວມມູນຄ່າເສຍຫາຍທັງໝົດເປັນເງິນ ປະມານ 144 ລ້ານກວ່າກີບ.