ຈັບຕົວໜຸ່ມຄ້າກະທ່ອມລາຍໃຫຍ່ ຜ່ານຕິກຕັອກ ແລະ ເຟສບຸກ

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 18 ກຸມພາ 2025 ພະແນກຕຳຫຼວດ ປກສ ເມືອງໂພນໂຮງ ຈັບຜູ້ຄ້າ-ຂາຍ ໃບກະທ່ອມ ພ້ອມດ້ວຍກຸ່ມມົ່ວສຸມດື່ມນ້ຳກະທ່ອມ ຈຳນວນ 5 ຄົນ ມາສຶກສາອົບຮົມ, ໂດຍການເປັນປະທານຂອງ ພັທ ວິໄລທອງ ຫຼວງອາໄພ ຮອງຫົວໜ້າກອງບັນຊາການ ປກສ ໂພນໂຮງ ມີກຸ່ມມົ້ວສຸມດື່ມນໍ້າກະທ່ອມ ແລະ ຜູ້ຂາຍພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.

ພັທ ວິໄລທອງ ຫຼວງອາໄພໃຫ້ຮູ້ວ່າ: ຜູ້ຖືກຫາທີ່ນຳມາສຶກສາອົບຮົມຄັ້ງນີ້ ເຈົ້າໜ້າທີ່ກັກຕົວໄດ້ໃນຂະນະທີ່ມີການມົ້ວສຸມ ດື່ມນ້ຳກະທ່ອມ ຢູ່ບ້ານນາເລົາ ເມືອງໂພນໂຮງ ແຂວງວຽງຈັນ ພ້ອມຂອງກາງ ກະທ່ອມ 107 ກິໂລກຣາມ, ກັນຊາ 200 ກຣາມ ຈາກທ້າວຕົ້ນທອງ.

ຜ່ານການສືບສວນ-ສອບສວນ ທ້າວຕົ້ນທອງ ຮັບສາລະພາບວ່າ: ໃບກະທ່ອມ ແລະ ກັນຊາທີ່ ທີ່ໃຊ້ມົ້ວສຸມແມ່ນເປັນຂອງຕົນແທ້ ຊຶ່ງໄດ້ສັ່ງຊື້ ນໍາທ້າວ ແສງອາຄົມ ຢູ່ນະຄອນຫຼວງວຽງຈັນ ແລະ ທ້າວ ຄຳພອນ ຢູ່ແຂວງ ອຸດົມໄຊ, ສ່ວນກັນຊາແມ່ນ ຊື້ໝູ່ຊື່ທ້າວ ເລ່ ຢູ່ບ້ານນາເລົາ ເມືອງໂພນໂຮງ ໄວ້ສູບເອງ.

ຜ່ານການສັ່ງເກດຕີລາຄາ ແລະ ສັງລວມຂໍ້ມູນທັງໝົດເຫັນວ່າ ທ້າວ ຕົ້ນທອງ ມີຢາເສບຕິດປະເພດ ກັນຊາ ແລະ ໃບກະທ່ອມ ໄວ້ໃນຄອບຄອງຢ່າງແທ້ຈິງ ເຊິ່ງຜິດຕໍ່ກົດໝາຍມາດຕາ 315 ແລະ ມາດຕາ 275 ຂອງປະມວນກົດໝາຍອາຍາສະບັບປັງປຸງ ປີ 2017.
Previous Post Next Post