ຈັບຕົວໄດ້ແລ້ວ! ຊາຍໜຸ່ມກໍ່ເຫດໃຊ້ມີດແທງຄົນຢູ່ຫ້ອງແຖວ ເຂດບ້ານນາໄຫ ເມືອງຫາດຊາຍຟອງ

ວັນທີ 10 ກຸມພາ 2025 ເກີດເຫດຄົນຮ້າຍໃຊ້ມີດແທງປະຊາຊົນ ຢູ່ຫ້ອງແຖວແຫ່ງໜຶ່ງເຂດບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ມີຄົນບາດເຈັບໜັກ 1 ຄົນ ເປັນເພດຍິງ ສ່ວນຄົນຮ້າຍໄດ້ເອົາຕົວຫລົບໜີ.

ເຈົ້າໜ້າທີ່ສາມາດຈັບກຸມຕົວບຸກຄົນຜູ້ກ່ໍເຫດໄດ້ ໃນເວລາ 22 ໂມງຂອງວັນດຽວກັນ ຜູ້ກ່ຽວເປັນປະຊາຊົນຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ມີປະຫວັດການຕິດຢາເສບຕິດ ແລະ ເຄີຍເຂົ້າຄຸກມາແລ້ວ.
ສ່ວນສາເຫດຈູງໃຈໃນການກໍ່ເຫດຄັ້ງນີ້ເຈົ້າໜ້າທີ່ຍັງດຳເນີນການສືບສວນສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

Previous Post Next Post