ຜູ້ເສຍຫາຍແຈ້ງວ່າ: ວັນທີ 19 ກຸມພາ 2025 ໄດ້ມີຊາຍໜຸ່ມ 3 ຄົນລັກຂຶ້ນງັດເຮືອນຂອງປະຊາຊົນ ຢູ່ບ້ານບັງລຽງ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ຫລ້າສຸດເຈົ້າໜ້າທີ່ສາມາດຈັບໄດ້ 2 ຄົນ ແລະ ຍັງອີກຄົນໜຶ່ງທີ່ທັນບໍ່ຈັບໄດ້.
ປັດຈຸບັນ ຊາຍໜຸ່ມທັງ 2 ຄົນທີ່ຖືກຈັບ ເຈົ້າໜ້າທີ່ ນຳຕົວຝາກຂັງໄວ້ຢູ່ຄ້າຍຄຸມຂັງ ເມືອງປາກຊ່ອງ ເພື່ອດຳເນີນການສືບສວນສອບສວນ ແລະ ດຳເນີນຄະດີຕາມລະບຍບກົດໝາຍ.