ກວດຢຶດຢາໄອສ໌ ນໍ້າໜັກ 770ກິໂລກຣາມ ສ່ວນຄົນຂັບລົດໜີໄປໄດ້

ປກສ ແຂວງ ບໍ່ແກ້ວ ລາຍງານວ່າ: ວລາປະມານ 17:00 ໂມງ ວັນທີ 17 ກຸມພາ 2025 ໄດ້ວາງກໍາລັງ ເພື່ອສະກັດລົດກະບະຣີໂວ ເປົ້າໝາຍ 3 ຄັນ ແຕ່ສາມາດນຳທັນໄດ້ 1 ຄັນ ທີ່ຈອດຊຸກເຊື່ອງໄວ້ຢູ່ໃນທາງນ້ອຍແຍກແຕ່ບໍ່ເຫັນຄົນຢູ່ໃນລົດ ຜ່ານການກວດກາຈຶ່ງໄດ້ເຫັນວັດຖຸຕ້ອງສົງໄສຢູ່ກະບະລົດ ແລະ ຢູ່ໃນລົດອີກຈຳນວນໜຶ່ງ.

ຈາກນັ້ນ ຈຶ່ງໄດ້ນໍາລົດຄັນດັ່ງກ່າວມາກວດກາຕົວຈິງຢູ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໂດຍສົມທົບກັບອົງການໄອຍະການ ພົບເຫັນຢາເສບຕິດ ປະເພດຢາໄອສ ຈຳນວນ 770 ຫໍ່ ນໍ້າໜັກ 770 ກິໂລກຣາມ.
ປັດຈຸບັນທາງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມດຳເນີນ ການສືບສວນ-ສອບສວນຊອກຫາເພື່ອນໍາເອົາຕົວພວກກ່ຽວມາດຳເນີນຄະດີຕາມຂັ້ນຕອນຂອງລະບຽບກົດໝາຍ.



Previous Post Next Post