HomeLaos News ລົດເສຍຫລັກແຫກໂຄ້ງຖິ້ມເບຍປະໄວ້ ເຈົ້າຂອງຂັບລົດປົບໜີ ຕອນບ່າຍ ວັນທີ 14 ກຸມພາ 2025 ລົດຂົນເບຍ SAOLA ນໍາເຂົ້າມາຈາກຕ່າງປະເທດ ເສຍຫລັກແຫກໂຄ້ງ ຢູ່ທາງເລກ 9 ສົ້ນຂົວເຊໂປນ2 ເຂດບ້ານວັງກຸງ ເມືອງເຊໂປນ ແຂວງສະຫວັນນະເຂດ ເຮັດໃຫ້ເບຍຕົກເຮ່ຍຈໍານວນຫລາຍ ສ່ວນເຈົ້າຂອງໄດ້ຂັບລົດໜີ. ຄາດວ່າເປັນເບຍນຳເຂົ້າຜິດກົດໝາຍ ເຈົ້າຂອງເບຍຢ້ານຄວາມຜິດຈຶ່ງໄດ້ຂັບລົດຫລົບໜີໄປ.