MrJazsohanisharma

ນໍ້າຖ້ວມກະທັນຫັນໃນລັດເຄນຕັກກີ ສະຫະລັດອາເມລິກາ ເສຍຊີວິດຢ່າງໜ້ອຍ 9 ຄົນ

ວັນທີ 17 ກຸມພາ 2025 ສໍານັກຂ່າວ BBC News ລາຍງານວ່າ: ເກີດເຫດນໍ້າຖ້ວມກະທັນຫັນໃນລັດເຄນຕັກກີ ສະຫະລັດ ອາເມລິກາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 9 ຄົນ.

ທ່ານ ແອນດີ ເບເຊຍ ຜູ້ວ່າການລັດເຄນຕັກກີ ອອກປະກາດໃຫ້ເລັ່ງຊ່ວຍເຫລືອປະຊາຊົນຫລາຍຮ້ອຍຄົນທີ່ກໍາລັງປະສົບໄພນໍ້າຖ້ວມ. ເບື້ອງຕົ້ນໃຫ້ຮູ້ວ່າມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ ໃນນັ້ນມີແມ່ ແລະ ລູກອາຍຸ 7 ປີ ເສຍຊີວິດຢູ່ໃນລົດທີ່ຕິດຢູ່ກາງນໍ້າຖ້ວມສູງ.


ສໍານັກຂ່າວລາຍງານຕື່ມວ່າ ເນື່ອງຈາກຄໍາຄືນທີ່ຜ່ານມາເກີດມີພາຍຸທໍນາໂດລະດັບ EF-1 ເຊິ່ງສ້າງຄວາມເສຍຫາຍໃຫ້ກັບບ້ານເຮືອນຫລາຍຫລັງປະມານ 39,000 ຫລັງຄາເຮືອນ.
Pics: Justin Prater Videos

Previous Post Next Post